ແດ່ ຜູ້ອ່ານ

ບັນດາຜູ້ອ່ານ ທີ່ເຄົາລົບ   ເອກະສານໃຫມ່

ວັນທີ່ 10 ພຶດສະພາ ປີ 2023 ນີ້ ເປັນເວລາ 19 ປີແລ້ວ ນັບຕັ້ງແຕ່ວັນເລີ່ມຕົ້ນການເຄື່ອນໄຫວ ຂອງ ຫ້ອງສະຫມຸດເອເລັກໂຕຣນິກນານາຊາດ ທີ່ຊື່ວ່າ "ມູນມໍລະດົກຂອງທ່ານ ເກຍດາຣ ອາລິເຢັຟ"    ຫ້ອງສະຫມຸດເອເລັກໂຕຣນິກດັງກ່າວ ອຸທິດໃຫ້ແກ່ ມູນມໍລະດົກຂອງ ທ່ານເກຍດາຣ ອາລິເຢັຟ ເຊີ່ງ ທັ້ງເປັນຜູ້ນຳພາທົ່ວປວງຊົນອາແຊັກບາຍຊັນທັງຊາດ ແລະ ນັກການເມືອງຫຜູ້ດີເດັ່ນຂອງຍຸກປັດຈຸບັນ ນີ້ດ້ວຍ

ຫ້ອງສະຫມຸດເອເລັກໂຕຣນິກຫດັງກ່າວ ດຳເນີນກິດຈະກຳ ໂດຍໃຊ້ພາສາຕ່າງປະເທດ 50  ພາສາ ຕ່າງໆ ດັງນັ້ນ ທ່ານຜູ້ອ່ານຫ ຈຶ່ງມີໂອກາດໃຫ້ອ່ານເບີ່ງຜົນງານເປັນຮ້ອຍໆ ບົດ ກໍ່ຄື ຂໍ້ຄວາມຈາກສຸນທອນພົດ ບົດສຳພາດການພົບປະ ຄຳຖະແຫລງການຕ່າງໆ  ຕະຫລອດຈົນຈົດຫມາຍ ທີ່ຂຽນໂດຍນັກການເມືອງ ທີ່ ຍິ່ງໃຫຍ່ຜູ້ນີ້ດ້ວຍ

ການພິມຈຳຫນ່າຍຜົນງານຂອງ ທ່ານ ເກຍດາຣ ອາລິເຢັຟ ອອກເປັນພາສາຕ່າງປະເທດທີ່ແຕກຕ່າງກັນ ມີຜົນປະໂຫຍດໃຫ້ແກ່ບັນດານັກຄົ້ນຄວ້າທາງດ້ານການເມືອງ ນັກເສດຖະສາດ ນັກຫນັງສືພິມ ຕະຫລອດ ຈົນບຸກຄົນທຸກໆຄົນ ທີ່ສົນໃຈຕໍ່ປະຫວັດສາດສະໄຫມໃຫມ່  ການພັດທະນາ ກໍ່ຄືອະດີດຕະການ ແລະ ອະນາຄົດຂອງປະເທດ ອາແຊັກບາຍຊັນດ້ວຍ            ພ້ອມກັນນີ້ ຈົດຫມາຍ ເຊີ່ງພວກຂ້າພະເຈ້າ ໄດ້ຮັບຈາກ ບັນດາຜູ້ອ່ານ ຍັງສະແດງໃຫ້ເຫັນວ່າ ຫ້ອງສະຫມຸດເອເລັກໂຕຣນິກນານາຊາດ ຂອງພວກຂ້າພະເຈ້າ  ກໍ່ໃຫ້ ເກີດຄວາມສົນໃຈອັນໃຫຍ່ຫລວງຈາກບັນດາຜູ້ອ່ານເຫລົ່ານັ້ນ    ພວກຂ້າພະເຈ້າສາມາດເວົ້າໄດ້ ໂດຍບໍ່ ໂຍກວ່າ  ໃນໄລຍະເວລະທີ່ຜ່ານມາ ຜູ້ອ່ານນັບເປັນແສນໆ ຄົນ ຈາກ 200 ກວ່າປະເທດໃນທົ່ວໂລກທີ່ ໄດ້ຮູ້ຈັກກັບຫ້ອງສະຫມຸດເອເລັກໂຕຣນິກນານາຊາດຂອງພວກຂ້າພະເຈ້າແລ້ວ  ໃນຫມູ່ຜູ້ອ່ານປະຈຳ ຂອງຫ້ອງສະຫມຸດ ກໍ່ມີຜູ້ຕາງຫນ້າຂອງສູນດ້ານວິທະຍາສາດ ແລະ ການສຶກສາ ທີ່ທັນສະໄຫມລະດັບໂລກ ອົງການຈັດຕັ້ງຂອງລັດທີ່ມີອິດທິພົນ ສື່ມວນຊົນທີ່ມີຊື່ສຽງ ຫ້ອງສະຫມູດຕ່າງໆ ຕະຫລອດຈົນບໍລິສັດ ຂ້າມຊາດຂະຫນາດໃຫຍ່ ແລະ ອື່ນໆ ອິກດ້ວຍ

ຫ້ອງສະຫມຸດເອເລັກໂຕຣນິກນານາຊາດ ທີ່ຊື່ວ່າ "ມູນມໍລະດົກຂອງທ່ານ ເກຍດາຣາລິເຢັຟ" ຍັງມີສ່ວນທີ່ກ່ຽວຂ້ອງກັບກິດຈະກຳການພິມຈຳຫນ່າຍອີກດ້ວຍ ບັນດາປື້ມ ເຊີ່ງພວກຂ້າພະເຈ້າພິມ ອອກເປັນພາສາຕ່າງປະເທດທີ່ແຕກຕ່າງກັນ ທ່ານສາມາດຄົ້ນຫາໃນເວັບໄຊຂອງພວກຂ້າພະເຈ້າໄດ້

ຫ້ອງສະຫມຸດເອເລັກໂຕຣນິກນານາຊາດ ທີ່ຊື່ວ່າ "ມູນມໍລະດົກຂອງທ່ານ ເກຍດາຣ ອາລິເຢັຟ"    ມີການປັບປຸງເພີ່ຕື່ມ ແລະ ເຮັດໃຫ້ສົມນູນຂຶ້ນຢູ່ເລື້ອຍໆ      ຖ້າທ່ານມີຂໍ້ສະເຫນີກ່ຽວກັບຫ້ອງສະຫມຸດ ກະລຸນາ ສົ່ງໄດ້ທີ່

office@aliyev-heritage.org

ຫ້ອງສະຫມຸດເອເລັກໂຕຣນິກນານາຊາດ ທີ່ຊື່ວ່າ "ມູນມໍລະດົກຂອງທ່ານ ເກຍດາຣ ອາລິເຢັຟ"    ຂໍສະແດງຄວາມຂອບອົກຂອບໃຈຕໍ່ບັນດາຜູ້ອ່ານ ທີ່ສົ່ງຂໍ້ສະເຫນີຂອງຕົນ ເພື່ອ ປະກອບສ່ວນເຂົ້າ ໃນການ ເຮັດໃຫ້ເວັບໄຊຂອງພວກຂ້າພະເຈ້າມີການປັບປຸງດີຂຶ້ນກວ່າເກົ່າ
 

 ບົດນິພົນໃຫມ່
ເບີ່ງດູ

 ຮູບຖ່າຍ