ຊີວະປະຫວັດ


ທ່ານເກຍດາຣ ອາລິເຢັຟ ເປັນ ຜູ້ນຳພາທົ່ວປວງຊົນອາແຊັກບາຍຊັນທັງຊາດ

ທ່ານ ເກຍດາຣ ອາລິຣຊາ ອົງລູ ອາລິເຢັຟ ໄດ້ເກີດ ເມື່ອວັນທີ່ 10 ພຶດສະພາ 1923 ທີ່ເມືອງນາຮຊຶວັນ ປະເທດອາແຊັກບາຍຊັນ ຫລັງຈາກທີ່ທ່ານໄດ້ຮຽນຈົບວິທະຍາໄລສ້າງຄູເມືອງນາຮຊຶວັນໃນປີ 1939 ແລ້ວ ທ່ານໄດ້ເຂົ້າຮຽນໃນຄະນະສະຖາປັດຕະຍາກຳ ສະຖາບັນອຸດສາຫະກຳອາແຊັກບາຍຊັນ (ໃນປັດຈຸບັນນີ້ ແມ່ນ ມະຫາວິທະຍາໄລສ້າງວິສະວະກອນຂະແຫນງອຸດສາຫະກຳນໍ້າມັນແຫ່ງລັດອາແຊັກບາຍຊັນ) ແຕ່ວ່າ ສົງຄາມທີ່ເລີ່ມຕົ້ນໃນສະໄຫມນັ້ນ ບໍ່ອຳນວຍໃຫ້ທ່ານມີໂອກາດຮຽນຈົບ ມະຫາວິທະຍາໄລ ນັ້ນໄດ້

ນັບຕັ້ງແຕ່ປີ 1941 ນັ້ນ ທ່ານ ເກຍດາຣ ອາລິເຢັຟ ເຮັດວຽກເປັນຫົວຫນ້າພະແນກໃນກະຊວງ ສາທາລະນະວ່າດ້ວຍວຽກງານມະຫາດໄທ ຂອງສາທາລະນະລັດສັງຄົມນິຍົມໂຊວຽດທີ່ປັກຄອງດ້ວຍຕົນເອງ ນາຮຊຶວັນ ແລະ ໃນສະພາລັດຖະມົນຕີຂອງສາທາລະນະລັດສັງຄົມນິຍົມໂຊວຽດ ທີ່ປັກຄອງດ້ວຍຕົນ ເອງນາຮຊຶວັນດ້ວຍ ແລ້ວ ໃນປີ 1944 ທ່ານ ໄດ້ຖືກຍ້າຍໄປເຮັດໃຫ້ວຽກງານປ້ອງກັນຊາດ ປ້ອງກັນຄວາມສະຫງົບ ນັບຕັ້ງແຕ່ໄລຍະເວລານີ້ຂຶ້ນໄປ ທ່ານ ເກຍດາຣ ອາລິເຢັຟ ເຮັດວຽກ ໃນ ກຳມາທິການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ແລ້ວນັບຕັ້ງແຕ່ ປີ 1964 ຂຶ້ນໄປ ທ່ານ ດຳລົງຕຳແຫນ່ງເປັນຮອງປະທານກຳມາທິການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ໃນສັງກັດ ສະພາລັດຖະມົນຕີແຫ່ງສາທາລະນະລັດສັງຄົມນິຍົມໂຊວຽດ ອາແຊັກບາຍຊັນ ແລ້ວ ຕັ້ງແຕ່ ປີ 1967 ຂຶ້ນໄປ ທ່ານ ດຳລົງຕຳແຫນ່ງເປັນປະທານກຳມາທິການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບນັ້ນ ເອງ ແລະຖືກໃຫ້ຍົດນາຍພົນຕີດ້ວຍ ໃນສະໄຫມນັ້ນ ທ່ານໄດ້ຈົບການສຶກສາວິຊາສະເພາະໃນລະດັບສູງ ໃນາມືອງເລນິນກຣາດ (ປັດຈຸບັນນີ້ ແມ່ນ ສັນກ໌ຕ ເປັເຕຣບວກ) ໃນປີ 1957 ນັ້ນ ທ່ານ ໄດ້ຮຽນຈົບ ຄະນະປະຫວັດສາດ ມະຫາວິທະຍາໄລແຫ່ງລັດ ຂອງອາແຊັກບາຍຊັນແລ້ວ

ຫລັງຈາກກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກກອມມູນິດອາແຊັກບາຍຊັນ ໄດ້ເລືອກ ຕັ້ງ ທ່ານ ເກຍດາຣ ອາລິເຢັຟ ເປັນເລຂາທິການທີ່ຫນຶ່ງຂອງ ຄະນະບໍລິຫານງານສູນກາງພັກ ກອມມູນິດອາແຊັກບາຍຊັນ ໃນເດືອນກໍລະກົດ ປີ 1969 ນັ້ນແລ້ວ ທ່ານ ກາຍເປັນຜູ້ນຳຂອງ ສາທາລະນະລັດດອາແຊັກບາຍຊັນນັ້ນ ໃນເດືອນທັນວາ ປີ 1982 ທ່ານ ເກຍດາຣ ອາລິເຢັຟ ໄດ້ຮັບການເລືອກຕັ້ງເປັນກຳມະການກົມການເມືອງສູນກາງພັກກອມມູນິດແຫ່ງສະຫະພາບໂຊວຽດ ແລະ ແຕ່ງຕັ້ງເປັນຮອງປະທານສະພາລັດຖະມົນຕີຄົນທີ່ຫນຶ່ງແຫ່ງສະຫະພາບໂຊວຽດ ຈາກນີ້ ທ່ານກາຍເປັນ ຫນຶ່ງ ໃນບັນດາຜູ້ນຳພັກ ແລະ ລັດ ຂອງສະຫະພາບໂຊວຽດດ້ວຍ ໃນລະຫວາງຊາວປີ ທ່ານ ເກຍດາຣ ອາລິເຢັຟ ເປັນຜູ້ແທນໃນສະພາໂຊວຽດສູງສຸດແຫ່ງ ສະຫະພາບໂຊວຽດ ແລະ ໄດ້ດຳລົງຕຳແຫນ່ງ ເປັນຮອງປະທານ ສະພາໂຊວຽດສູງສຸດແຫ່ງ ສະຫະພາບໂຊວຽດ ຕັ້ງເປັນເວລາຫ້າປີດ້ວຍ

ໃນເດືອນຕຸລາ ປີ 1987 ທ່ານ ເກຍດາຣ ອາລິເຢັຟ ໄດ້ລາອອກຈາກຕຳແຫນ່ງຫນ້າທີ່ ທີ່ທ່ານດຳລົງຢູ່ ເພື່ອເປັນການສະແດງການປະທ້ວງແນວທາງນະໂຍບາຍ ທີ່ດຳເນີນໄປ ໂດຍກົມການເມືອງສູນກາງພັກ ກອມມູນິດແຫ່ງສະຫະພາບໂຊວຽດ ແລະ ທ່ານມີຄາອິລ ໂຄຮບາເຊີຟ ເລຂາທິການໃຫຍ່ ສູນກາງພັກ ກອມມູນິດແຫ່ງສະຫະພາບໂຊວຽດ ໂດຍສ່ວນຕົວ

ເມື່ອວັນທີ່ 20 ມັງກອນ ປີ 1990 ມີໂສກກະນາດຕະກຳອັນນອງເລືອດທີ່ເກີດຂຶ້ນໃນເມືອງບາກູ ຍ້ອນ ການເຄື່ອນໄຫວຂອງກອງທະຫານໂຊວຽດ ເນື່ອງໃນໂອກາດໂສກກະນາດຕະກຳອັນນອງເລືອດຄັ້ງນີ້ ມື້ຕໍ່ມາ ທ່ານເກຍດາຣ ອາລິເຢັຟ ໄດ້ປະກອບຄວາມຄິດເຫັນຂອງຕົນທີ່ສຳນັກງານຜູ້ຕາງຫນ້າອາແຊັກບາຍຊັນ ປະຈຳກຸງໂມສກູ ແລະ ຮຽກຮ້ອງໃຫ້ບັນດາຜູ້ຈັດຕັ້ງພ້ອມກັບຜູ້ປະຕິບັດ ເຊີ່ງໂທດກຳຕ້ານປະຊາຊົນ ອາແຊັກບາຍຊັນຄັ້ງນີ້ ໄດ້ຮັບການລົງໂທດ ເພື່ອເປັນການສະແດງການປະທ້ວງແນວທາງນະໂຍບາຍ ສອງຫນ້າ ຂອງບັນດາຜູ້ນຳສະຫະພາບໂຊວຽດ ແລະ ເນື່ອງມາຈາກກໍລະນີພິພາດອັນຮຸນແຮງ ເຊີ່ງເກີດຂຶ້ນ ໃນເຂດ ນາໂຄຣນືຍ ກາຣາບາຮ ທ່ານຈຶ່ງຖອນຕົວອອກຈາກຖັນແຖວຂອງສະມາຊິກພັກກອມມູນິດແຫ່ງ ສະຫະພາບໂຊວຽດ ໃນເດືອນກໍລະກົດ ປີ 1991 ນັ້ນ

ໃນເດືອນກໍລະກົດ ປີ 1990 ທ່ານ ເກຍດາຣ ອາລິເຢັຟ ໄດ້ກັບຄືນປະເທດອາແຊັກບາຍຊັນມາ ທຳອິດ ທ່ານພັກຢູ່ໃນເມືອງບາກູ ຕໍ່ຈາກນັ້ນ ທ່ານໄດ້ຍ້າຍໄປຢູ່ໃນເມືອງນາຮຊຶວັນ ໃນປີດຽວກັນນີ້ ທ່ານ ເກຍດາຣ ອາລິເຢັຟ ຖືກເລືອກຕັ້ງເປັນຜູ້ແທນສະພາໂຊວຽດສູງສູດແຫ່ງສາທາລະນະລັດດອາແຊັກບາຍຊັນ ໃນຊຸມ ປີ 1991-1993 ທ່ານໄດ້ດຳລົງຕຳແຫນ່ງປະທານສະພາໂຊວຽດສູງສູດ ຂອງສາທາລະນະລັດ ສັງຄົມນິຍົມ ໂຊວຽດທີ່ປັກຄອງດ້ວຍຕົນເອງນາຮຊຶວັນ ທັ້ງເປັນຮອງປະທານສະພາໂຊວຽດສູງສຸດແຫ່ງ ສາທາລະນະລັດ ອາແຊັກບາຍຊັນດ້ວຍ ໃນປີ 1992 ກອງປະຊຸມໃຫຍ່ເພື່ອຈັດຕັ້ງພັກ "ເຢນີ ອາແຊັກບາຍຊັນ" (ອາແຊັກບາຍຊັນໃຫມ່) ໄດ້ເຕົ້າໂຮມກັນໃນເມືອງ ນາຮຊຶວັນ ເຊີ່ງໃນນັ້ນ ທ່ານ ເກຍດາຣ ອາລິເຢັຟ ຖືກເລືອກຕັ້ງເປັນປະທານ ພັກ "ເຢນີ ອາແຊັກບາຍຊັນ" ນັ້ນ

ໃນລະຫວ່າງເດືອນພຶດສະພາ-ມິຖຸນານັ້ນ ມີວິກິດການທາງລັດຖບານທີ່ໄດ້ເຄັ່ງຕຶງຂຶ້ນຈົນເຖີງສຸດຂີດ ດັງ ນັ້ນ ປະເທດອາແຊັກບາຍຊັນ ຈຶ່ງປະເຊີນຫນ້າກັບໄພສົງຄາມກາງເມືອງ ແລະ ຄວາມສູນເສຍເອກະລາດ ແຫ່ງຊາດ ດ້ວຍເຫັດນີ້ ປະຊາຊົນອາແຊັກບາຍຊັນ ຈຶ່ງຮຽກຮ້ອງໃຫ້ ທ່ານ ເກຍດາຣ ອາລິເຢັຟ ຂຶ້ນກັບ ອຳນາດດ້ວຍ

ບັນດາຜູ້ນຳອາແຊັກບາຍຊັນສະໄຫມນັ້ນ ຈຳເປັນຕ້ອງເຊື້ນເຊີນ ທ່ານ ເກຍດາຣ ອາລິເຢັຟ ໃຫ້ມາ ເມືອງບາກູຢ່າງເປັນທາງກາບ ເມື່ອວັນທີ່ 15 ມິຖຸນາ ປີ 1993 ນັ້ນ ທ່ານ ເກຍດາຣ ອາລິເຢັຟ ຖືກ ເລືອກຕັ້ງເປັນປະທານສະພາໂຊວຽດສູງສູດແຫ່ງສາທາລະນະລັດດອາແຊັກບາຍຊັນ ແລ້ວ ນັບຕັ້ງແຕ່ ວັນທີ່ 24 ກໍລະກົດ ທ່ານລົງມືປະຕິບັດຫນ້າປະທານສາທາລະນະລັດອາແຊັກບາຍຊັນ ໃຫ້ໄປຕາມມະຕິຕົກ ລົງຂອງສະພາຜູ້ແທນປະຊາຊົນສູງສຸດແຫ່ງ ສາທາລະນະລັດອາແຊັກບາຍຊັນດ້ວຍ

ໃນວັນທີ່ 3 ຕຸລາ ປີ 1993 ທ່ານຖືກເລືອກຕັ້ງເປັນປະທານສາທາລະນະລັດອາແຊັກບາຍຊັນຈາກການ​ປ່ອນບັດ​ເລືອກ​ຕັ້ງປະທານປະເທດໃນທົ່ວປະເທດ ໃນວັນທີ່ 11 ຕຸລາ ປີ 1998 ທ່ານຖືກເລືອກຕັ້ງ ເປັນ ປະທານສາທາລະນະລັດອາແຊັກບາຍຊັນອີກຮອບຫນຶ່ງ ໂດຍໄດ້ຮັບສຽງສະຫນັບສະຫນຸນ ຕັ້ງເປັນ 76,1 ເປີເຊັນ ຈາກປະຊາຊົນທີ່ມາປ່ອນບັດ​ເລືອກ​ຕັ້ງປະທານປະເທດໃນທົ່ວປະເທດຄັ້ງນັ້ນ ສ່ວນປະຊາຊົນ​ກໍ່ ເຂົ້າ​ຮ່ວມ ​ການ​ປ່ອນບັດ​ຢ່າງ​ຫ້າວ​ຫັນດ້ວຍ ທ່ານ ເກຍດາຣ ອາລິເຢັຟ ໄດ້ເຫັນດີ ສະເຫນີໃຫ້ທ່ານ ເປັນ ຜູ້ສະຫມັກຮັບເລືອກຕັ້ງເປັນປະທານ ໃນການເລືອກປະທານສາທາລະນະລັດອາແຊັກບາຍຊັນ ຄັ້ງວັນທີ່ 15 ຕຸລາ ປີ 2003 ນັ້ນ ແຕ່ວ່າທ່ານຕ້ອງປະຕິເສດ ບໍ່ສະຫມັກຮັບເລືອກຕັ້ງເປັນປະທານ ຍ້ອນບັນຫາ ສຸຂະພາບ ທ່ານ ເກຍດາຣ ອາລິເຢັຟ ໄດ້ມີກຽດໄດ້ຮັບລາງວັນລະດັບສາກົນຈຳນວນມາກ ນອກຈາກນີ້ ທ່ານ ຍັງໄດ້ປະດັບຍົດດອກເຕີກິຕິມະສັກຂອງມະຫາວິທະຍາໄລຈາກປະເທດຕ່າງໆ ແລະ ກຽດນິຍົມ ໃນລະດັບສູງ ອື່ນໆ ດ້ວຍ ທ່ານໄດ້ຖືກປະດັບຫລຽນໄຊເລນິນຕັ້ງເປັນສີ່ຄັ້ງ ນອກຈາກນີ້ ທ່ານ ຖືກ ປະດັບຫລຽນໄຊດາວແດງ ຕະຫລອດຈົນຫລຽນກາຄຳຊອບອັນສູງຈຳນວນມາກອີກດ້ວຍ ທ່ານ ເກຍດາຣ ອາລິເຢັຟ ໄດ້ນາມມະຍົດວິລະຊົນແຮງງານສັງຄົມນິຍົມສອງເທື່ອ ໄດ້ຖືກປະດັບຫລຽນໄຊ ແລະ ຫລຽນກາຄຳຊອບອັນສູງຕ່າງໆ ຈາກຕ່າງປະເທດໃນຈຳນວນມາກອີກດ້ວຍ

ຊາຕາກຳທາງປະຫວັດສາດຂອງອາແຊັກບາຍຊັນ ເຊີ່ງກວມເອົາໄລຍະເວລາສາມສິບກວ່າປີທີ່ຜ່ານໄປແລ້ວ ໄດ້ຜູກພັນກັບຊື່ ຂອງທ່ານ ເກຍດາຣ ອາລິເຢັຟ ຢ່າງຂາດບໍ່ໄດ້ ການຟື້ນຟູຂອງປະຊາຊົນອາແຊັກບາຍ ຊັນ ໃນຊຸມປີດັງກ່າວ ບໍ່ວ່າດ້ານໃດກໍ່ດີ ເຊັ່ນ ສັງຄົມ ການເມືແງ ເສດຖະກິດ ຫລື ວັດທະນະທຳ ເປັນຕົ້ນ ກໍ່ ໄດ້ຕິດພັນກັບຊື່ ຂອງ ທ່ານ ນັ່ນເອງ ຢ່າງບໍ່ຕ້ອງສົງໄສ

ໃນລະຫວ່າງເວລາ ທີ່ທ່ານ ເກຍດາຣ ອາລິເຢັຟ ເປັນຜູ້ນຳປະເທດຊາດ ທ່ານ ໄດ້ຊ່ວຍໃຫ້ບ້ານເກີດເມືອງ ນອນຂອງຕົນ ຄື ປະເທດອາແຊັກບາຍຊັນນັ່ນເອງ ຜ່ານຜ່າໄລຍະທາງອັນຫຍຸ້ງຍາກ ແລະ ການທົດສອບ ຮ້ອຍແປດພັນປະການໃຫ້ໄດ້ ພ້ອມກັນນີ້ ຍາມໃດ ທ່ານກໍ່ເຮັດທຸກສິ່ງທຸກຢ່າງເພື່ອພາປະເທດ ຊາດກ້າວຂຶ້ນຕາມເສັ້ນທາງແຫ່ງຄວາມກ້າວຫນ້າຢ່າງຕໍ່ເນື່ອງ ໃນຂະນະດຽວກັນນີ້ ຍາມໃດ ທ່ານ ກໍ່ໄດ້ທະນົງໃຈໃນວັດທະນະທຳອັນດີງາມ ແລະ ປະຫວັດສາດອັນຍາວນານສະງ່າງາມຂອງປະເທດຊາດດ້ວຍ ທັ້ງໄດ້ ເປັນຫວງເປັນໄຍນຳຮຸ່ນຄົນໃຫມ່ຢູ່ສະເຫມີ

ໃນຖານະເປັນລັດຖະບຸລຸດ ແລະ ນັກການເມືອງທີ່ປີຊາສາມາດ ທັ້ງເປັນຜູ້ນຳຂອງຊາດອາແຊັກບາຍຊັນ ຢ່າງບໍ່ຕ້ອງສົງໄສນັ່ນເອງ ທ່ານ ເກຍດາຣ ອາລິເຢັຟ ກໍ່ກາຍເປັນນິທານທີ່ມີຊີວິດຊີວາ ໃນເວລາທີ່ທ່ານ ຍັງມີຊີວິດຢູ່ໄດ້ ດ້ວຍເຫດນີ້ ທ່ານ ເກຍດາຣ ອາລິເຢັຟ ຈຶ່ງຖືກັນວ່າເປັນປາກົດການປະຫລາດ ເຊີ່ງ ຖືກດຶງດູດເອົາຄວາມສົນໃຈຢູ່ສະເຫມີ ສ່ວນການເຄື່ອນໄຫວອັນຟົດຟື້ນທາງດ້ານການເມືອງ ຂອງ ຜູ້ນຳທົ່ວຊາດອາແຊັກບາຍຊັນໃນທົ່ວໂລກຜູ້ນີ້ ເຊີ່ງໄດ້ຮັບການ​ຍ້ອງຍໍ​ສັນລະເສີນຈາກໂລກ ກໍ່ໄດ້ເປີດ ເຜີຍຢ່າງກວ້າງຂວາງໃນຫນ້າຫນັງສືພີມຂອງສາທາລະນະລັດອາແຊັກບາຍຊັນນັ່ນເອງ ກໍ່ຄື ຫນັງສືພີມ ຕ່າງປະເທດອີກດ້ວຍ

ໃນເດືອນ ມິຖຸນາ ປີ 1993 ນັ້ນ ເວລາທີ່ປະຊາຊົນອາແຊັກບາຍຊັນ ຕ່າງກໍ່ຊາບຊຶມວ່າ ເອກະລາດ ແຫ່ງຊາດປະສົບກັບໄພລົ້ມລະລາຍ ເຊີ່ງຄຸກຄາມນັບມື້ນັບຫລາຍຂຶ້ນ ແລະ ທະເທດຊາດ ປາກດຕົວຕໍ່ ຫນ້າວັນເວລາອັນຫຍຸ້ງຍາກລຳບາກທີ່ສຸດແລ້ວ ດັງນັ້ນ ປະຊາຊົນອາແຊັກບາຍຊັນ ຈຶ່ງຮຽກຮ້ອງຢ່າງ ເດັດດ່ຽວ ໃຫ້ມີການປ່ຽນອຳນາດການປົກຄອງທີ່ມີຢູ່ ແລ້ວນັບຕັ້ງແຕ່ເວລານນີ້ ຊາດອາແຊັກບາຍຊັນ ກໍ່ມອບໂຊກຊະຕາຂອງຕົນໃຫ້ແກ່ ທ່ານ ເກຍດາຣ ອາລິເຢັຟ ຂຶ້ນໃຫມ່ ໂດຍມອງເຫັນຄວາມ ທຸກທໍລະມານຂອງປະຊາຊົນຂອງຕົນ ທ່ານ ກໍ່ຍອມຕອບສະຫນອງຄວາມຮຽກຮ້ອງຢ່າງເດັດດ່ຽວ ຂອງ ປະຊາຊົນອາແຊັກບາຍຊັນ ແລະກັບຄືນເຂົ້າສູ່ການເມືອງໃຫຍ່ໃນອາແຊັກບາຍຊັນນັ່ນເອງ ສ່ວນປະຊາຊົນ ກໍ່ຕ້ອບຮັບການກັບຄືນມາ ຂອງ ທ່ານ ເກຍດາຣ ອາລິເຢັຟ ດ້ວຍຄວາມປິຕິຍິນດິ ແລະຄວາມຫວັງດ້ວຍ ວັນດັງກ່າວໄດ້ບັນທຶກໄວ້ໃນປະຫວັດສາດຂອງປະເທດອາແຊັກບາຍຊັນອິດສະລະຄືວັນກອບກູ້ ແຫ່ງຊາດ